ການ​ເຄື່ອນ​ໄຫວ
ຄົ້ນ​ຫາ​ໃນ​ໜ້ານີ້

ຂະບວນການກວດສຸຂະພາບໃຫ້ແກ່ແມ່ຍິງໄວຈະເລີນພັນ(ໂດຍບໍ່ເສຍຄ່າ)

27/06/2025

ຂະບວນການກວດສຸຂະພາບໃຫ້ແກ່ແມ່ຍິງໄວຈະເລີນພັນ(ໂດຍບໍ່ເສຍຄ່າ)

ເພື່ອເປັນການຕ້ອນຮັບວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ແລະ ສະເຫຼີມສະຫຼອງວັນສາທາລະນະສຸກ ຄົບຮອບ 60 ປີ ໃຫ້ມີຄວາມໝາຍຄວາມສຳຄັນ.ດັ່ງນັ້ນ ໂຮງໝໍ ແມ່ ແລະ ເດັກເກີດໃໝ່ ຈຶ່ງໄດ້ຈັດກິດຈະກຳເພື່ອສ້າງຂະບວນການກວດສຸຂະພາບ ໃຫ້ແກ່ ສະຫະພັນແມ່ຍິງບ້ານໜອງພະຍາ, ເພື່ອເປັນການສົ່ງເສີມ ສຸຂະພາບຂອງແມ່ຍິງ ແລະ ເພື່ອຫຼຸດຜ່ອນອັດຕາການຕາຍຂອງແມ່ ໂດຍສະເພາະການກວດກັ່ນກອງຫາເຊື້ອມະເຮັງປາກມົດລູກ ( Pap smear ) ກິດຈະກຳດັ່ງກ່າວ ມີຜູ້ທີ່ມາກວດໃນຄັ້ງນີ້ 54 ທ່ານ, ໂດຍການເຂົ້າຮ່ວມໃນພິທີຂອງ ທ່ານ ປທ ນາງ ທິບລານີ ຈູມມະນີວົງ ຄະນະອຳນວຍການໂຮງໝໍ ທັງເປັນຄະນະສະຫະພັນແມ່ຍິງໂຮງໝໍ ພ້ອມດ້ວຍບັນດາແພດໝໍ ແລະ ຜູ້ທີ່ມາກວດກໍ່ໄດ້ເຂົ້າຮ່ວມ. ວັນທີ 25 ມີຖຸນາ 2025 ທີ່ ໂຮງໝໍແມ່ ແລະ ເດັກເກີດໃໝ່.

ອ່ານ​ເພີ່ມ

 

ພິທີ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ພັດທະນາ​ການ​ປິ່ນປົວ​ການ​ເປັນ​ຫມັນ ​ແລະ ສຸຂະພາບ​ຈະເລີນ​ພັນ

20/06/2025

ພິທີ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ພັດທະນາ​ການ​ປິ່ນປົວ​ການ​ເປັນ​ຫມັນ ​ແລະ ສຸຂະພາບ​ຈະເລີນ​ພັນ

ໂຮງໝໍແມ່ ແລະ ເດັກເກີດໃໝ່, ກະຊວງສາທາລະນະສຸກ ແລະ ບໍລິສັດຄວາມຫວັງໃໝ່ ຈຳກັດ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ເພື່ອພັດທະນາການປິ່ນປົວມີລູກຍາກ ແລະ ສຸຂະພາບຈະເລີນພັນ ໃນວັນທີ່17 ມີຖຸນາ 2025 ທີ່ໂຮງແຮມ ຄາວພາຊ່າ. ໂດຍການເປັນປະທານຂອງທ່ານ ປອ ດຣ. ບຸນແຝງ ພູມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ລົງນາມໂດຍ ທ່ານ ດຣ ສີວັນໄຊ ຈັນທະວົງສັກ ຜູ້ອຳນວຍການໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ທ່ານ ອານີໄຊ ສຸຂະວົງ ປະທານບໍລິສັດຄວາມຫັວງໃໝ່ ຈຳກັດ, ບັນດາທ່ານຈາກຫ້ອງການກະຊວງ, ກົມປິ່ນປົວຟື້ນຟູໜ້າທີ່ການ, ກົມກອງອ້ອມຂ້າງກະຊວງ ແລະ ບັນດາຄະນະບໍລິສັດຄູ່ຮ່ວມມືພັດທະນາເຂົ້າຮ່ວມ. ເນື້ອໃນການຮ່ວມມື:ແມ່ນເພື່ອເປັນການພັດທະນາການປິ່ນປົວຄູ່ຜົວເມຍມີລູກຍາກ ແລະ ສຸຂະພາບຈະເລີນພັນ, ພ້ອມທັງເປັນສະຖານທີ່ການຮຽນ-ການສອນຂອງແພດຊ່ຽວຊານສາຂາທີ່ກ່ຽວຂ້ອງໂດຍສະເພາະຊ່ຽວຊານປະສູດພະຍາດຍິງ.

ອ່ານ​ເພີ່ມ

 

ໂຮງໝໍແມ່ ແລະ ເດັກເກີດໃໝ່, ໄດ້ຈັດຝຶກອົບຮົມກ່ຽວກັບວຽກງານປ້ອງກັນພາຍໃນ ຈາກກົມປ້ອງກັນພາຍໃນ (200), ກົມໃຫຍ່ສັນຕິບານ (502) ກະຊວງປ້ອງກັນຄວາມສະຫງົບ

08/03/2025

ໂຮງໝໍແມ່ ແລະ ເດັກເກີດໃໝ່, ໄດ້ຈັດຝຶກອົບຮົມກ່ຽວກັບວຽກງານປ້ອງກັນພາຍໃນ ຈາກກົມປ້ອງກັນພາຍໃນ (200), ກົມໃຫຍ່ສັນຕິບານ (502) ກະຊວງປ້ອງກັນຄວາມສະຫງົບ

ໂຮງໝໍແມ່ ແລະ ເດັກເກີດໃໝ່, ໄດ້ຈັດຝຶກອົບຮົມກ່ຽວກັບວຽກງານປ້ອງກັນພາຍໃນ ຈາກກົມປ້ອງກັນພາຍໃນ (200), ກົມໃຫຍ່ສັນຕິບານ (502) ກະຊວງປ້ອງກັນຄວາມສະຫງົບ. ເພື່ອເປັນການຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດທີ່ມີຄວາມໝາຍທີ່ສຸດເຊັ່ນ: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ, ວັນເກີດທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ເພື່ອເປັນການຕ້ອນຮັບວັນແມ່ຍິງສາກົນ ຄົບຮອບ 115 ປີ ທີ່ໃກ້ຈະມາຮອດນີ້. ໂດຍການເປັນປະທານໃນພິທີດັ່ງກ່າວ ໂດຍ ທ່ານ ດຣ ບຸນຊູ ອິນທະປັດຖາ ຮອງຜູ້ອຳນວຍການໂຮງໝໍແມ່ ແລະ ເດັກເກີດໃໝ່, ທ່ານ ພັນໂທ ອານຸລັກ ບົວບານ ຮອງຫົວໜ້າກົມພາຍໃນ 200 ກະຊວງປ້ອງກັນຄວາມສະຫງົບ, ມີບັນດາຫົວໜ້າພະແນກ, ຄະນະພະແນກ, ຄະນະປ້ອງກັນ ຈາກກະຊວງສາທາລະນະສຸກ, ກົມປ້ອງກັນພາຍໃນ 200 ແລະ ໂຮງໝໍແມ່ ແລະ ເດັກເກີດໃໝ່ເຂົ້າຮ່ວມ. ວັນທີ 07 ມີນາ 2025 ທີ່ໂຮງໝໍແມ່ ແລະ ເດັກເກີດໃໝ່.

ອ່ານ​ເພີ່ມ

 

 

 

ກະຊວງ ເຕັກໂນໂລຊີ ແລະ ການສື່ສານ
ຊົມເຊີຍຜົນສຳເລັດໃນການປະສົມພັນທຽມ
ໜັງສືພິມປະຊາຊົນ