ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງໂຮງໝໍແມ່ ແລະ ເດັກເກີດໃໝ່ ຄົບຮອບ 30 ປີ

19/12/2024

ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງໂຮງໝໍແມ່ ແລະ ເດັກເກີດໃໝ່ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງໂຮງໝໍແມ່ ແລະ ເດັກເກີດໃໝ່ ຄົບຮອບ 30 ປີ ໄດ້ຖືກຈັດຂຶ້ນໃນວັນທີ 12 ທັນວາ 2024 ທີ່ຜ່ານມາ ທີ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ດຣ.ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ມີບັນດາການນຳ, ຄະນະອຳນວຍການໂຮງໝໍ, ອາດີດການນຳ, ຄະນະກົມ ແລະ ບັນດາແຂກທີ່ຖືກເຊີນເຂົ້າຮ່ວມ.

 

ກະຊວງສາທາລະນະສຸກໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ສຸຂະພາບຂອງປະຊາຊົນບັນດາເຜົ່າ ໂດຍສະເພາະສຸຂະພາບຂອງແມ່ ແລະ ເດັກ. ໂດຍອີງໃສ່ຍຸດທະສາດການປະຕິຮູບສາທາລະນະສຸກ ໄລຍະທີ 3 (2021-2025) ໄດ້ເນັ້ນໃຫ້ປະຊາຊົນ ໄດ້ເຂົ້າເຖິງການບໍລິການສາທາລະນະສຸກ ທຸກຖ້ວນໜ້າ, ສຸຂະພາບດີແມ່ນຄວາມຕ້ອງການພື້ນຖານຂອງຄຸນນະພາບຊີວິດທີ່ດີ, ການພັດທະນາວຽກງານແມ່ ແລະ ເດັກເກີດໃໝ່ ແມ່ນໄດ້ເນັ້ນໜັກເຖິງການປັບປຸງ ສຸຂະພາບ ຂອງ ແມ່ ແລະ ເດັກ ເພື່ອຫຼຸດຜ່ອນ ອັດຕາການຕາຍຂອງເດັກເກີດໃໝ່ ແລະ ເດັກນ້ອຍ ຕ່ຳກວ່າ 5 ປີ ໃຫ້ຢູ່ໃນ ລະດັບ 45 ແລະ 70 ຄົນ ຕໍ່ 1,000 ຄົນ ທີ່ມີຊີວິດຢູ່.

 

ພິທີສະເຫຼີມສະຫຼອງ ຄັ້ງນີ້ກໍ່ແມ່ນເພື່ອ ຜ່ານບົດຕີລາຄາຜົນຂອງການຈັດຕັ້ງປະຕິບັດວຽກງານແມ່ ແລະ ເດັກ ຂອງໂຮງໝໍແມ່ ແລະ ເດັກເກີດໃໝ່ ແຕ່ປີ 1994-2024 (30 ປີ) ແລະ ທິດທາງແຜນການປີ 2025 ພ້ອມທັງເປັນການສະເຫຼີມສະຫຼອງ ວັນສ້າງຕັ້ງໂຮງໝໍແມ່ ແລະ ເດັກເກີດໃໝ່ ຄົບຮອບ 30 ປີ ທີ່ທາງໂຮງໝໍໄດ້ເລີ່ມຈັດຕັ້ງ, ປະຕິບັດ ໃຫ້ບໍລິການດ້ານແມ່ ແລະ ເດັກ ໃນຂົງເຂດທົ່ວປະເທດ.

 

 

 

ກະຊວງ ເຕັກໂນໂລຊີ ແລະ ການສື່ສານ
ຊົມເຊີຍຜົນສຳເລັດໃນການປະສົມພັນທຽມ
ໜັງສືພິມປະຊາຊົນ