ຂະບວນການກວດສຸຂະພາບໃຫ້ແກ່ແມ່ຍິງໄວຈະເລີນພັນ(ໂດຍບໍ່ເສຍຄ່າ)

27/06/2025

ຂະບວນການກວດສຸຂະພາບໃຫ້ແກ່ແມ່ຍິງໄວຈະເລີນພັນ(ໂດຍບໍ່ເສຍຄ່າ)

 

 

ເພື່ອເປັນການຕ້ອນຮັບວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ແລະ ສະເຫຼີມສະຫຼອງວັນສາທາລະນະສຸກ ຄົບຮອບ 60 ປີ ໃຫ້ມີຄວາມໝາຍຄວາມສຳຄັນ.ດັ່ງນັ້ນ ໂຮງໝໍ ແມ່ ແລະ ເດັກເກີດໃໝ່ ຈຶ່ງໄດ້ຈັດກິດຈະກຳເພື່ອສ້າງຂະບວນການກວດສຸຂະພາບ ໃຫ້ແກ່ ສະຫະພັນແມ່ຍິງບ້ານໜອງພະຍາ, ເພື່ອເປັນການສົ່ງເສີມ
ສຸຂະພາບຂອງແມ່ຍິງ ແລະ ເພື່ອຫຼຸດຜ່ອນອັດຕາການຕາຍຂອງແມ່ ໂດຍສະເພາະການກວດກັ່ນກອງຫາເຊື້ອມະເຮັງປາກມົດລູກ ( Pap smear ) ກິດຈະກຳດັ່ງກ່າວ ມີຜູ້ທີ່ມາກວດໃນຄັ້ງນີ້ 54 ທ່ານ,
ໂດຍການເຂົ້າຮ່ວມໃນພິທີຂອງ ທ່ານ ປທ ນາງ ທິບລານີ ຈູມມະນີວົງ ຄະນະອຳນວຍການໂຮງໝໍ ທັງເປັນຄະນະສະຫະພັນແມ່ຍິງໂຮງໝໍ ພ້ອມດ້ວຍບັນດາແພດໝໍ ແລະ ຜູ້ທີ່ມາກວດກໍ່ໄດ້ເຂົ້າຮ່ວມ.
ວັນທີ 25 ມີຖຸນາ 2025 ທີ່ ໂຮງໝໍແມ່ ແລະ ເດັກເກີດໃໝ່.

 

ກະຊວງ ເຕັກໂນໂລຊີ ແລະ ການສື່ສານ
ຊົມເຊີຍຜົນສຳເລັດໃນການປະສົມພັນທຽມ
ໜັງສືພິມປະຊາຊົນ