ພິທີ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ພັດທະນາ​ການ​ປິ່ນປົວ​ການ​ເປັນ​ຫມັນ ​ແລະ ສຸຂະພາບ​ຈະເລີນ​ພັນ

20/06/2025

ພິທີ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ພັດທະນາ​ການ​ປິ່ນປົວ​ການ​ເປັນ​ຫມັນ ​ແລະ ສຸຂະພາບ​ຈະເລີນ​ພັນ

 

ໂຮງໝໍແມ່ ແລະ ເດັກເກີດໃໝ່, ກະຊວງສາທາລະນະສຸກ ແລະ ບໍລິສັດຄວາມຫວັງໃໝ່ ຈຳກັດ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ເພື່ອພັດທະນາການປິ່ນປົວມີລູກຍາກ ແລະ ສຸຂະພາບຈະເລີນພັນ ໃນວັນທີ່17 ມີຖຸນາ 2025  ທີ່ໂຮງແຮມ ຄາວພາຊ່າ.

     ໂດຍການເປັນປະທານຂອງທ່ານ ປອ ດຣ. ບຸນແຝງ ພູມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ລົງນາມໂດຍ ທ່ານ ດຣ ສີວັນໄຊ ຈັນທະວົງສັກ ຜູ້ອຳນວຍການໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ທ່ານ ອານີໄຊ ສຸຂະວົງ ປະທານບໍລິສັດຄວາມຫັວງໃໝ່ ຈຳກັດ, ບັນດາທ່ານຈາກຫ້ອງການກະຊວງ, ກົມປິ່ນປົວຟື້ນຟູໜ້າທີ່ການ, ກົມກອງອ້ອມຂ້າງກະຊວງ ແລະ ບັນດາຄະນະບໍລິສັດຄູ່ຮ່ວມມືພັດທະນາເຂົ້າຮ່ວມ.

      ເນື້ອໃນການຮ່ວມມື:ແມ່ນເພື່ອເປັນການພັດທະນາການປິ່ນປົວຄູ່ຜົວເມຍມີລູກຍາກ ແລະ ສຸຂະພາບຈະເລີນພັນ, ພ້ອມທັງເປັນສະຖານທີ່ການຮຽນ-ການສອນຂອງແພດຊ່ຽວຊານສາຂາທີ່ກ່ຽວຂ້ອງໂດຍສະເພາະຊ່ຽວຊານປະສູດພະຍາດຍິງ.


 

ກະຊວງ ເຕັກໂນໂລຊີ ແລະ ການສື່ສານ
ຊົມເຊີຍຜົນສຳເລັດໃນການປະສົມພັນທຽມ
ໜັງສືພິມປະຊາຊົນ