08/03/2025

ໂຮງໝໍແມ່ ແລະ ເດັກເກີດໃໝ່, ໄດ້ຈັດຝຶກອົບຮົມກ່ຽວກັບວຽກງານປ້ອງກັນພາຍໃນ ຈາກກົມປ້ອງກັນພາຍໃນ (200), ກົມໃຫຍ່ສັນຕິບານ (502) ກະຊວງປ້ອງກັນຄວາມສະຫງົບ. ເພື່ອເປັນການຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດທີ່ມີຄວາມໝາຍທີ່ສຸດເຊັ່ນ: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ, ວັນເກີດທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ເພື່ອເປັນການຕ້ອນຮັບວັນແມ່ຍິງສາກົນ ຄົບຮອບ 115 ປີ ທີ່ໃກ້ຈະມາຮອດນີ້.
. ໂດຍການເປັນປະທານໃນພິທີດັ່ງກ່າວ ໂດຍ ທ່ານ ດຣ ບຸນຊູ ອິນທະປັດຖາ ຮອງຜູ້ອຳນວຍການໂຮງໝໍແມ່ ແລະ ເດັກເກີດໃໝ່, ທ່ານ ພັນໂທ ອານຸລັກ ບົວບານ ຮອງຫົວໜ້າກົມພາຍໃນ 200 ກະຊວງປ້ອງກັນຄວາມສະຫງົບ, ມີບັນດາຫົວໜ້າພະແນກ, ຄະນະພະແນກ, ຄະນະປ້ອງກັນ ຈາກກະຊວງສາທາລະນະສຸກ, ກົມປ້ອງກັນພາຍໃນ 200 ແລະ ໂຮງໝໍແມ່ ແລະ ເດັກເກີດໃໝ່ເຂົ້າຮ່ວມ.
ວັນທີ 07 ມີນາ 2025 ທີ່ໂຮງໝໍແມ່ ແລະ ເດັກເກີດໃໝ່